ຢາປົວພະຍາດ

Alergo Syrup 5mg

ຊື່ສາມັນ: Alergo Syrup
ຜູ້ຜະລິດ: Pharmix Laboratories (Private) Limited

ຕ້ານຮິສຕາມິນ

ແບ່ງປັນ:

ລາຍລະອຽດສິນຄ້າ

ສ່ວນປະກອບສຳຄັນ: Cetirizine HCL.

ຢາຈັດຢູ່ໃນກຸ່ມ: Anti Histamin

ຂໍ້ບົ່ງໃຊ້:

  • ປີ່ນປົວອາການແພ້ຕາມລະດູການ, ແພ້ອາກາດ, ແພ້ອາຫານ.

  • ບັນເທົາອາການເປັນຫວັດ, ນໍ້າມູກໄຫຼ.

  • ປິ່ນປົວເຍື່ອເມືອກດັງອັກເສບ.

  • ປິ່ນປົວເຍື່ອເມືອກຕາ ແລະເຍື່ອເມືອດັງອັກເສບຈາກອາການແພ້ຕະຫຼອດປີ.

  • ອາການຄັນຄາຍ, ລົມພິດຈາກການແພ້ ແລະ ແມງໄມ້ກັດຕອດ.

  • ບັນເທົາອາການແພ້ຈາກເກສອນດອກໄມ້.

  • ໃຊ້ສົມທົບການປິ່ນຄົນເຈັບທີ່ເປັນພະຍາດຫືດ.

ຄວາມແຮງການນຳໃຊ້:

  • ເດັກ ອາຍຸ 2-5 ປີ: ກິນຢາຄັ້ງລະ ½ ບ່ວງ ເຊົ້າ-ແລງ ຫຼື 1 ບ່ວງ/ມື້.

  • ເດັກ ອາຍຸ 6 ປີ ຂຶ້ນໄປ: ກິນຢາຄັ້ງລະ 2ບ່ວງ/ມື້.

  • ເດັກ ອາຍຸ 12 ປີຂຶ້ນໄປ ແລະ ຜູ້ໃຫຍ່ ແມ່ນກິນຢາ10mg (1ເມັດ)/ມື້, ຄວນກິນຢາກ່ອນນອນ.

ຜົນຂ້າງຄຽງ

  • ອາດເຮັດໃຫ້ເຫງົານອນ

  • ເມື່ອຍອ່ອນເພຍ

  • ປຸ້ນທ້ອງປວດຮ້າກ

  • ປາກແຫ້ງ

ຂໍ້ຄວນລະວັງ

  • ລະວັງການໃຊ້ຢາກັບຄົນເຈັບທີ່ເຄີຍມີອາການຊັກ

  • ລະວັງຄົນເຈັບທີ່ມີບັນຫາດ່ຽວກັບ ຕັບ ແລະ ໄຂຫຼັງ

  • ລະວັງໃນຄົນເຈັບທີ່ຖືພາ ແລະ ໃຫ້ນົມລູກ

  • ລະວັງໃນຄົນເຈັບທີ່ສູງອາຍຸ

ຂະໜາດບັນຈຸ: Alergo Tablets 10mg = 1x10’s

Alergo Syrup 5mg/5ml = 1x60mL

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071