ຢາປົວພະຍາດ

ຢາເມັດ Relispa 40 ມກ, 80ມກ. Drotaverine HCL.

ຊື່ສາມັນ: ຢາເມັດ Relispa
ຜູ້ຜະລິດ: The Searle Company Limited
ແບ່ງປັນ:

ລາຍລະອຽດສິນຄ້າ

ຮູບແບບຢາເມັດ: RELISPA TM (DrotaverineHCl) Tablets
ປະກອບດ້ວຍ Drotaverine hydrochloride 40mg & 80mg.
ຈັດຢູ່ໃນກຸ່ມຢາ: Anti – Spasmodic.
ຂໍ້ບົ່ງໃຊ້:
    • ໃຊ້ປິ່ນປົວການປັ້ນຂອງກ້າມຊີ້ນກ້ຽງໃນຄົນເຈັບທີ່ເປັນພະຍາດອັກເສບທໍ່ສົ່ງນໍ້າບີ, ໜິ້ວຖົງບີ. (cholecystolithiasis, cholangiolithiasis, cholecystitis, pericholecystitis)
    • ໃຊ້ປິ່ນປົວການປັ້ນຂອງກ້າມຊີ້ນກ້ຽງໃນລະບົບຖ່າຍເທເຊັ່ນ: ຊ່ວຍບັນເທົາອາການປວດຂອງຄົນເຈັບໜິ້ວໄຂ່ຫຼັງ, ໜິ້ວທາງທໍ່ສົ່ງຍ່ຽວ, ໄຂ່ຫຼັງອັກເສບ, ພົກຍ່ຽວອັກເສບ,
ອາການປວດເບັ່ງຍ່ຽວ.
    • ໃຊ້ບັນເທົາອາການປວດໄດ້ຢ່າງໄວວາພາຍໃນ 6-15ນາທີ
ສໍາຫຼັບຢາກິນ.
    • ໃຊ້ປິ່ນປົວການປັ້ນກ້າມຊີ້ນກ້ຽງຕາມເສັ້ນທາງເດີນອາຫານເຊັ່ນ: ກະເພາະ, ລໍາໄສ້ນ້ອຍເປັນບາດແຜ, ໂລກກະເພາະອາຫານ, ລຳໄສ້ອັກເສບ ແລະ ທຸກໆອາການປັ້ນ ຫຼື ອາການປວດຂອງຕາມເສັ້ນທາງເດີນອາຫານ IBS (Irritable Bowel Syndrome) ໄດ້ເຖິງ 78%.
    • ອາການເຈັບຫົວເນື່ອງຈາກການຫົດຫັດຂອງຫຼອດເລືອດ.
    • ພະຍາດປະສູດພະຍາດຍິງ: ອາການເຈັບປວດປະຈຳເດືອນ, ອັກເສບປີກໝົດລູກ, ເຈັບທ້ອງເກີດລູກຮຸນແຮງ (Strong Labour Pains), ເຈັບປວດກ້ອນເບົ້າມົດລູກ.
ຂະໜາດໃຊ້:
    • ຜູ້ໃຫຍ່: ຂະໜາດໃຊ້ສະເລ່ຍປົກກະຕິແມ່ນ 120mg/ມື້.
    • ເດັກອາຍຸ >1 ປີ: ການໃຊ້ຢາ Drotaverine ໃນເດັກຍັງບໍ່ໄດ້ຮັບການປະເມີນໃນການສຶກສາທາງຄລີນິກ. ຂະໜາດໃຊ້ສະເລ່ຍແມ່ນ:
    • ເດັກອາຍຸ 1-6 ປີ: 40-120mg/ມື້, ແບ່ງເປັນ 2-3 ເທື່ອ.
    • ເດັກອາຍຸ >6 ປີ: 80-200mg/ມື້, ແບ່ງເປັນ 2-5 ເທື່ອ.
ຂະໜາດບັນຈຸ:
    • ຊະນິດເມັດ: Relispa 40 mg, 1ກັບ ບັນຈຸ 20 ເມັດ.
    • ຊະນິດເມັດ: Relispa 80mg, 1ກັບ ບັນຈຸ 20 ເມັດ.

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071