ຢາປົວພະຍາດ

Rivaroxaban Tablets 10mg

ຊື່ສາມັນ: Rivaroxaban Tablets
ຜູ້ຜະລິດ: Bayer (globally) and Janssen Pharmaceuticals (in the US)
ແບ່ງປັນ:

ລາຍລະອຽດສິນຄ້າ

ຢາຈັດຢູ່ໃນກຸ່ມ: Non-Vitamin K Antagonist Oral Anticoagulants (NOACs).
ຂໍ້ບົ່ງໃຊ້:
    • ນຳໃຊ້ສຳລັບປ້ອງກັນ ການເກີດກ້ອນເລືອດ (ລີ່ມເລືອດ) ອຸດຕັນໃນເສັ້ນເລືອດດຳ (VTE) ໃນຄົນເຈັບທີ່ໄດ້ຮັບການຜ່າຕັດກະດູກຂາພາກສ່ວນລຸ່ມ.
ຂະໜາດ ແລະ ວິທີການບໍລິຫານຢາ:
    • ຂະໜາດປົກກະຕິທີ່ແນະນຳສຳລັບປ້ອງກັນກ້ອນເລືອດອຸດຕັນໃນການຜ່າຕັດກະດູກໃຫຍ່ແມ່ນ 10mg/ວັນ.
    • ການປ້ອງກັນກ້ອນເລືອດອຸດຕັນຫຼອດເລືອດດຳ: ໄລຍະເວລາການນຳໃຊ້ຢາຫຼັງຈາກການຜ່າຕັດກະດູກສະໂພກໃຫຍ່ ຄົນເຈັບຄວນໄດ້ຮັບຢາ 5 ອາທິດ.
    • ຫຼັງຈາກການຜ່າຕັດກະດູກຫົວເຂົ່າຄົນເຈັບຄວນໄດ້ຮັບຢາປິ່ນປົວໄລຍະເວລາ 2 ອາທິດ.
    • ການປ້ອງກັນກ້ອນຫຼອດອຸດຕັນຫຼອດເລືອດດຳ: ວິທີບໍລິຫານຢາ ແລະ ຄວາມຖີ່ຂອງການນຳໃຊ້ຢາ Rivaroxaban ແມ່ນຄວນກິນຢາ 1ເມັດ 10mg/ວັນ.
    • ຢາ Rivaroxaban 10mg ອາດຈະກິນພ້ອມກັບ ຫຼື ບໍ່ພ້ອມກັບອາຫານກໍໄດ້.
    • ຂະໜາດເລີ່ມຕົ້ນນຳໃຊ້ຄັ້ງທຳອິດ ຄວນກິນຢາພາຍໃນ 6-10 ຊົ່ວໂມງ ຫຼັງຈາກໄດ້ປະຕິບັດການຫ້າມເລືອດໃນເວລາຜ່າຕັດ.
    • ຖ້າລືມກິນຢາ ຄົນເຈັບຄວນກິນຢາ rivaroxaban ຂະໜາດ 10mg ທັນທີ ແລະ ສືບຕໍ່ກິນໃນມື້ຖັດມາ 1ຄັ້ງ/ມື້
ຄືກັບຂະໜາດທີ່ໄດ້ຮັບມາກ່ອນ.
ຜົນຂ້າງຄຽງຂອງຢາ:
 ຢານີ້ເຮັດໃຫ້ເລືອດໄຫຼ, ເລືອດອອກຕາມເຟັນແຂ້ວ,ເລືອດອອກໃນທາງເດີນອາຫານ, ຜື່ນຄັນ, ຮອຍຊໍ້າເລືອດ,ເລືອດອອກໃຕ້ຜີວໜັງ.

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071