SEAMOX TABLETS 400mg
ລາຍລະອຽດສິນຄ້າ
ຢາຈັດຢູ່ໃນກຸ່ມ: Quinolones
ຂໍ້ບົ່ງໃຊ້:
ໃຊ້ສຳລັບການປິ່ນປົວການຕິດເຊື້ອຈຸລິນຊີດັ່ງຕໍ່ໄປນີ້:
• ຜົ້ງດັງອັກເສບກະທັນຫັນເນື່ອງຈາກເຊື້ອຈຸລິນຊີ.
• ຫຼອດລົມອັກເສບກະທັນຫັນ.
• ພະຍາດປອດບວມທີ່ເກີດຈາກຊຸມຊົນ.
• ການຕິດເຊື້ອທາງຜີວໜັງແລະເນື້ອເຍື້ອອ່ອນ
ທີ່ບໍ່ມີອາການສົນ.
• ການຕິດເຊື້ອທາງຜີວໜັງແລະເນື້ອເຍື້ອອ່ອນ
ທີ່ມີອາການສົນ.
• ການຕິດເຊື້ອໃນຊ່ວງທ້ອງ ທີ່ມີອາການສົນ.
ຂະໜາດ ແລະ ວິທີບໍລິຫານຢາ:
ຂະໜາດຮັບປະທານ (ສຳລັບຜູ້ໃຫຍ່)
ແມ່ນກິນ 400mg ໜື່ງເມັດ ໜື່ງຄັ້ງ/ມື້.
ໄລຍະເວລາໃນການນຳໃຊ້ຢາ:
ຄວນນຳໃຊ້ຢາ Moxifloxacin B.P 400mg ຕາມໄລຍະເວລາການປິ່ນປົວດັ່ງຕໍ່ໄປນີ້:
• ຫຼອດລົມອັກເສບຊໍາເຮື້ອແບບກະທັນຫັນ: 5-10 ມື້.
• ການຕິດເຊື້ອພະຍາດປອດບວມຈາກຊຸມຊົນ 10 ມື້.
• ຜົ້ງດັງອັກເສບກະທັນຫັນ 7 ມື້.
• ການຕິດເຊື້ອໃນຊ່ວງທ້ອງ 5-14 ມື້.
• ການຕິດເຊື້ອທາງຜີວໜັງແລະເນື້ອເຍື້ອອ່ອນ 7-21ມື້.
ຂະໜາດຢາທີ່ແນະນຳ (400mg ກິນໜື່ງຄັ້ງ/ມື້) ແລະໄລຍະເວລາໃນການປິ່ນປົວບໍ່ຄວນເກີນໄລຍະເວລາທີ່ໄດ້ລະບຸໄວ້.
ຂໍ້ຫ້າມໃຊ້:
• ຜູ້ທີ່ແພ້ຢາ Moxifloxacin B.P. ຫຼື ຢາກຸ່ມ quinolone ແລະ ສ່ວນປະກອບຕ່າງໆຂອງຢາ.
• ຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ, ແມ່ຍິງຖືພາ ແລະ ແມ່ຍິງຢູ່ໃນຊ່ວງໃຫ້ນົມລູກ.
• ຜູ້ທີ່ມີບັນຫາທາງດ້ານກຳມະພັນ ຫຼື ມີປະຫວັດຄື້ນໄຟຟ້າ QT ຫົວໃຈຍາວຜິດປົກກະຕິ.
• ຄົນເຈັບທີ່ມີອາການທາງດ້ານຄຣີນິກກ່ຽວຂ້ອງກັບພາວະຫົວໃຈເຕັ້ນຊ້າຜິດປົກກະຕິ.
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ