ຢາລະງັບສະໄລ້ 200 ມກ/5 ມລ
Alide Suspesion
ລາຍລະອຽດສິນຄ້າ
ສ່ວນປະກອບສຳຄັນ: Azithromycin 200mg & 500mg.
ຈັດຢູ່ໃນກຸ່ມຢາຕ້ານເຊື້ອ: Macolide.
ຂໍ້ບົ່ງໃຊ້:
• ຕິດເຊື້ອລະບົບຫາຍໃຈພາກສ່ວນລຸ່ມ ແລະ ພາກສ່ວນເທິງເຊັ່ນ: ຫຼອດລົມອັກເສບ, ອັກເສບປອດ, ອັກເສບຄໍ ແລະ ຫູກາງອັກເສບ.
• ຕິດເຊື້ອທາງຜິວໜັງ ແລະ ເຍື່ອເມືອກອ່ອນ, ພະຍາດຕິດຕໍ່ທາງເພດສຳພັນ (ທໍ່ສົ່ງຍ່ຽວແລະທ້ອງນ້ອຍອັກເສບເນື່ອງຈາກການຕິດເຊື້ອ).
• ເຍື່ອເມືອກຕາອັກເສບເນື່ອງຈາກເຊື້ອ Chlamydia trachomatis ໃນຜູ້ໃຫຍ່ ແລະ ເດັກນ້ອຍທີ່ມີອາຍຸ 12ເດືອນ ຂຶ້ນໄປ.
ຄວາມແຮງການນຳໃຊ້:
ກິນຢາກ່ອນອາຫານ 1 ຊົ່ວໂມງ ຫຼື ຫຼັງອາຫານ 2 ຊົ່ວໂມງ.
ຜູ້ໃຫຍ່: ສໍາຫຼັບການປິ່ນປົວພະຍາດອື່ນໆໂດຍທົ່ວໄປກິນຢາ 1ເມັດ (500mg)/ມື້ ເປັນເວລາ 3ມື້, ຍົກເວັ້ນພະຍາດດັ່ງຕໍ່ໄປນີ້:
• ພະຍາດຕິດຕໍ່ທາງເພດສຳພັນ: 1,000mg ເທື່ອດຽວ/ຄັ້ງດຽວ.
• ອັກເສບປອດກິນ 1ເມັດ (500mg)/ມື້ເປັນເວລາ 7-10 ມື້.
ເດັກນ້ອຍ: ຄວາມແຮງໂດຍທົ່ວໄປ: 10mg/kg/ມື້ x 3ມື້ຫຼື ມື້ທຳອິດກິນ 10mg/Kg/ມື້, ມື້ຕໍ່ມາກິນ 5mg/Kg/ມື້x 2-5 ມື້.
• ອັກເສບຄໍແດງ ແລະ ອາມິດານ20mg/Kg/ມື້ x3ມື້ ແລະ ບໍ່ຄວນໃຊ້ເກີນ 500mg/ມື້ ທຽບເທົ່າກັບ 12.5ml.
• ອັກເສບຫູກາງ 30mg/Kg/ມື້/ເທື່ອດຽວ ຫຼື 10mg/kg/ມື້ x 3ມື້ຫຼື ມື້ທຳອິດກິນ 10mg/Kg/ມື້ ແລ້ວມື້ຕໍ່ມາກິນ 5mg/Kg/ມື້x 2-5ມື້
ຜົນຂ້າງຄຽງຂອງຢາ: Azithromycin ແມ່ນພົບໜ້ອຍ ແລະ ເບົາບາງເຊັ່ນ: ລະບົບລະລາຍປັ່ນປ່ວນ, ເຄມີຕັບມີການປ່ຽນແປງ, ເປັນຜື່ນຕາມຜິວໜັງ, ເຈັບຫົວ, ວິນວຽນ, ຜົນຂ້າງຄຽງທີ່ຮຸນແຮງແມ່ນເກີດຂຶ້ນໜ້ອຍທີ່ສຸດ ແລະ ບາງກໍລະນີເຮັດໃຫ້ເມັດເລືອດຂາວ Neutrophil ປ່ຽນແປງ.
ແມ່ຍິງຖືພາ ແລະ ລ້ຽງລູກດ້ວຍນົມແມ່: Azithromycin ແມ່ນບໍ່ໄດ້ມີການສຶກສາແລະຮັບຮອງຄວາມປອດໄພກັບແມ່ຍິງຖືພາ ຫຼື ແມ່ທີ່ລ້ຽງລູກດ້ວຍນົມ, ດັ່ງນັ້ນຄວນພິຈາລະນາຜົນໄດ້ຜົນເສຍກ່ອນການນໍາໃຊ້ຢານີ້.
ຂະໜາດບັນຈຸ: Alide Capsules 500mg = 1x3’s
Alide Suspension 200mg/5ml = 1x15mL
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ