ຢາປົວພະຍາດ
Ezium Capsules 20mg, 40mg
ຊື່ສາມັນ:
Ezium Capsules
ຜູ້ຜະລິດ:
The Searle Company Limited
ລາຍລະອຽດສິນຄ້າ
ສ່ວນປະກອບສຳຄັນ: Esomeprazole.
ຢາຈັດຢູ່ໃນກຸ່ມຢາ: Proton Pump Inhibitors.
ຂໍ້ບົ່ງໃຊ້ ແລະ ຄວາມແຮງການນຳໃຊ້:
ຂໍ້ບົ່ງໃຊ້:
• ກົດໄຫຼຍ້ອນໃນຫຼອດກືນອາຫານ: ມີການກັດຫ້ຽນ ແລະ ອັກເສບ, ຄວາມແຮງທີ່ໃຊ້: 20mg, ໄລຍະເວລາການນຳໃຊ້: ກິນ 1 ຄັ້ງ/ມື້, ເປັນເວລາ 4-8 ອາທິດ (ສາມາດສືບຕໍ່ກິນຢາຕາມອາການພະຍາດຂອງຄົນເຈັບ).
• ໃຊ້ປ້ອງກັນການເກີດບາດແຜ ແລະ ການອັກເສບໃນຫຼອດກືນອາຫານ, ຄວາມແຮງທີ່ໃຊ້: 20mg, ໃຊ້ 1 ຄັ້ງ/ມື້, ເປັນເວລາ 4 ອາທິດ.
• ອາການກົດໄຫຼຍ້ອນຄືນໃນຫຼອດກືນອາຫານທີ່ຍັງບໍ່ມີການອັກເສບ (ຮ້ອນແສບໝາກໂອກ), ຄວາມແຮງທີ່ໃຊ້: 20mg ຫຼື 40mg, ໄລຍະເວລາການນຳໃຊ້: ໃຊ້ 1 ຄັ້ງ/ມື້, ເປັນເວລາ 4 ອາທິດ (ສາມາດສືບຕໍ່ກິນຢາອີກ 4-8 ອາທິດ ຕາມອາການພະຍາດຂອງຄົນເຈັບ)
• ໃຊ້ສົມທົບສາມຕົວຢາເພື່ອຂ້າເຊື້ອ Helicobacter pylori:
• Esomeprazole 40mg: 1 ຄັ້ງ/ມື້, ເປັນເວລາ 10 ມື້.
• Amoxicilin: 1,000mg: 2 ຄັ້ງ/ມື້, ເປັນເວລາ 10 ມື້.
• Clarithromycin: 500mg: 2 ຄັ້ງ/ມື້, ເປັນເວລາ 10 ມື້.
ຄວນກີນຢາກ່ອນອາຫານຢ່າງໜ້ອຍ 1ຊົ່ວໂມງ.
ຂະໜາດບັນຈຸ:
Trutil 20mg: 2x7’s
Trutil 40mg: 2x7’s
Ezium 20mg: 2x7’s
Ezium 40mg: 2x7’s
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ