ຢາປົວພະຍາດ

Morcet 10mg

ຊື່ສາມັນ: Escitalopram
ຜູ້ຜະລິດ: The Searle Company Limited
ແບ່ງປັນ:

ລາຍລະອຽດສິນຄ້າ

ສ່ວນປະກອບ: Morcet Escitalopram 10mg & 20mg.
ຈັດຢູ່ໃນກຸ່ມຢາ: SSRI’s
ຂໍ້ບົ່ງໃຊ້:
    • ຢາ Escitalopram ໃຊ້ສຳລັບການປິ່ນປົວອາການຊຶມເສົ້າ.
    • ໃຊ້ສຳລັບການປິ່ນປົວອາການວິຕົກກັງວົນ.
    • ໃຊ້ສຳລັບການປິ່ນປົວອາການອາຣົມແປປວນ.
    • ໃຊ້ສຳລັບການປິ່ນປົວອາການ ຍໍ້າຄິດຍໍ້າທຳ.
    • ໃຊ້ປິ່ນປົວອາການຕື່ນເຕັ້ນຕົກໃຈຜິດປົກກະຕິອີກ.
ຂະໜາດ ແລະ ວິທີການນຳໃຊ້: ຄວນຮັບປະທານ Escitalopram ທຸກໆວັນ ໂດຍກິນໜື່ງຄັ້ງຕໍ່ວັນ. Escitalopram ສາມາດຮັບປະທານຮ່ວມກັບ ຫຼື ບໍຮ່ວມກັບອາຫານກໍໄດ້. ແນະນຳໃຫ້ດື່ມນໍ້າໃຫ້ພຽງພໍໃນຂະນະທີ່ຮັບປະທານຢາ, ບໍ່ຄວນຫຍໍ້າຢາກ່ອນກືນ
ສຳລັບຜູ້ໃຫຍ່:
    • ພາວະຊຶມເສົ້າ: ຂະໜາດປົກກະຕິ 10mg/ວັນ.
ຂະໜາດສູງສຸດທີ່ແນະນຳແມ່ນ 20mg/ວັນ.
    • ຄວາມຕື່ນເຕັ້ນຕົກໃຈຜິດປົກກະຕິ: ຂະໜາດເລີ່ມຕົ້ນນໍາໃຊ້ແມ່ນ 5mg/ວັນ ໄລຍະເວລາໜື່ງອາທິດ ກ່ອນຈະເພີ່ມຂື້ນເປັນ
10-15mg/ວັນ. ຂະໜາດຢາອາດຈະເພີ່ມຂື້ນສູງສຸດບໍ່ເກີນ 20mg/ວັນ
ຄົນເຈັບຜູ້ສູງອາຍຸ: ຂະໜາດຢາປົກກະຕິທີ່ແນະນຳແມ່ນ 5mg/ວັນ, ຂະໜາດສູງສຸດທີ່ແນະນຳແມ່ນ ບໍ່ໃຫ້ເກີນ 20mg/ວັນ.
ຜົນຂ້າງຄຽງ:
ອາການຂ້າງຄຽງທີ່ພົບສ່ວນໃຫຍ່ແມ່ນ:ປຸ້ນທ້ອງປວດຮາກ, ເບື່ອອາຫານ, ນອນຫຼັບຍາກ, ຮູ້ສຶກງ່ວງນອນ, ວິນຫົວ, ຫາຍໃຈຫອບ, ຖອກທ້ອງ, ເຫື່ອອອກຫຼາຍ, ປັ່ນປ່ວນທາງເພດ, ອ່ອນເພຍ.
ຂະໜາດບັນຈຸ:
Morcet 10mg & 20mg tablet ບັນຈຸຢູ່ໃນແຜງ 1 ແຜງມີ
14  ເປັນເມັດເຄືອບ.

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071