ຢາປົວພະຍາດ

Gravinate Tablet 50mg

ຊື່ສາມັນ: Gravinate Tablet
ຜູ້ຜະລິດ: The Searle Company Limited
ແບ່ງປັນ:

ລາຍລະອຽດສິນຄ້າ

ຢາຈັດຢູ່ໃນກຸ່ມ: Antihistamines.
ຂໍ້ບົ່ງໃຊ້:
    • ໃຊ້ເພື່ອປ້ອງກັນແລະບັນເທົາອາການວິນຫົວ, ປວດຮາກ ຫຼື ຮາກ.
    • ລວມເຖຶງການອາຈຽນ ທີ່ກ່ຽວຂ້ອງກັບ: ການຮັກສາໂດຍການ
ກະຕຸ້ນດ້ວຍກະແສໄຟຟ້າ (Electroshock therapy),
    • ການວີນຫົວຫຼືການອາຈຽນທີ່ເກີດຈາກ ການດົມຢາສະຫຼົບເຊິ່ງໃຊ້ໃນການຜ່າຕັດ.
    • ການວີນຫົວຫຼືການອາຈຽນທີ່ເກີດຈາກພາວະ ຫູຊັ້ນກາງອັກເສບ Labyrinthine disturbances.
    • ການວີນຫົວຫຼືການອາຈຽນທີ່ເກີດຈາກການສາຍແສງ.
    • ການວີນຫົວຫຼືການອາຈຽນເນື່ອງຈາກ ການເມົາລົດ, ເມົາຍົນ, ເມົາເຮືອ.
ຂະໜາດຄວາມແຮງຂອງຢາ
    • ອາຍຸ 6-8 ປີ: ຂະໜາດທີ່ໃຊ້ແມ່ນ 12.5mg-25mg (1/4 - ½ ເມັດ)x 2-3 ຄັ້ງ/ມື້.
    • ອາຍຸ 8-12 ປີ: ຂະໜາດທີ່ໃຊ້ແມ່ນ 25mg-50mg (1/2 - 1ເມັດ)x 2-3 ຄັ້ງ/ມື້.
    • ອາຍຸ 12 ປີຂຶ້ນໄປ: ຂະໜາດທີ່ໃຊ້ແມ່ນ 50mg
(1ເມັດ)x 2-3 ຄັ້ງ/ມື້.
    • ສໍາຫຼັບຜູ້ໃຫຍ່: ຂະໜາດຄວາມແຮງທີ່ໃຊ້ໃນການປິ່ນປົວຫຼືປ້ອງກັນແມ່ນ 50mg-100mg (1-2ເມັດ)x 2-3 ຄັ້ງ/ມື້.
ຜົນຂ້າງຄຽງຂອງຢາ
    • ສັນຍານ ແລະ ອາການສະແດງອອກເນື່ອງຈາກການແພ້ເຊັ່ນ: ຜື່ນຂຶ້ນຕາມຜິວໜັງ, ເມື່ອຍ, ອ່ອນເພຍ, ເຫງົານອນ, ປາກແຫ້ງ, ຕາມົວ.
    • ຜົນຂ້າງຄຽງ ແລະ ອາການເຫຼົ່ານີ້ຈະຄ່ອຍໆຫຼຸດລົງເມື່ອຫຼຸດຄວາມແຮງຂອງຢາລົງ ຫຼື ເພື່ອເປັນການປ້ອງກັນຜົນຂ້າງຄຽງຕ່າງໆເຫຼົ່ານັ້ນອາດໃຊ້ຮ່ວມກັບສານ caffeine.
ຂະໜາດບັນຈຸ:
    • Gravinate Tablet 50mg ບັນຈຸຢູ່ໃນແຜງລະ 10’x10/ກັບ.

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071