Vaptor Tablets 5mg, 10mg, 20mg
ລາຍລະອຽດສິນຄ້າ
Vaptor (Rosuvastatin) 5mg, 10mg & 20mg Tablets
ຈັດຢູ່ໃນກຸ່ມຢາ: Statin.
ຂໍ້ບົ່ງໃຊ້: ໃຊ້ຫຼຸດໄຂມັນໃນເລືອດເຊັ່ນ: ໄຂມັນລວມ (Total-C); ໄຂມັນ LDL ແລະ ໄຂມັນ Triglycerides,
ຊ່ວຍເພີ່ມລະດັບໄຂມັນດີ HDL-C.
ຄວາມແຮງການນໍາໃຊ້:
• ສາມາດກິນຢາກ່ອນ ຫຼື ຫຼັງອາຫານ (ກ່ອນນອນ), ຄວາມແຮງຂອງການນໍາໃຊ້ແມ່ນຢູ່ໃນລະຫວ່າງ 5-40mg/ມື້.
• ຄວາມແຮງເລີ່ມຕົ້ນແມ່ນ 10mg/ມື້, ສ່ວນຄວາມແຮງ 5mg ສ່ວນໃຫຍ່ແມ່ນໃຊ້ກັບຄົນເຈັບທີ່ມີລະດັບໄຂມັນ LDL-C ບໍ່ສູງຫຼາຍ ແລະ ໃຊ້ກັບຄົນເຈັບທີ່ມີບັນຫາກ່ຽວກັບກ້າມຊີ້ນ (ກ້າມຊີ້ນອ່ອນເພຍ, ປວດເມື່ອຍກ້າມຊີ້ນ)
• ຄວາມແຮງ 20mg ແມ່ນໃຊ້ກັບຄົນເຈັບທີ່ມີພາວະໄຂມັນໃນເລືອດສູງຫຼາຍ ແລະ ຕ້ອງການຫຼຸດໄຂມັນໃຫ້ໄດ້ພາຍໃນໄລຍະເວລາອັນສັ້ນ ແລະ ສາມາດເພີ່ມຄວາມແຮງເປັນ 40mg/ມື້.
• ສໍາຫຼັບຄົນເອເຊຍຄວາມແຮງທີ່ເໝາະສົມແມ່ນເລີ່ມຕົ້ນແຕ່ 5mg/ມື້-20mg/ມື້.
ໝາຍເຫດ: ຄວນກວດລະດັບໄຂມັນຂອງຄົນເຈັບຄືນພາຍຫຼັງນໍາໃຊ້ຢາໄດ້ 2-4ອາທິດ.
ຜົນຂ້າງຄຽງຂອງຢາ: ໂດຍທົ່ວໄປ: ເຈັບຫົວ, ວິນວຽນ, ທ້ອງເບັງ, ປວດເມື່ອຍກ້າມຊີ້ນ, ຄັນຄາຍ ແລະ ເປັນຜື່ນແດງຕາມບໍລິເວນຜິວໜັງ. ຜົນຂ້າງຄຽງທີ່ພົບໜ້ອຍ: ເກີດອາການບວມ (angioedema), ປວດບໍລິເວນຂໍ້ຕໍ່, ເຮັດໃຫ້ລະດັບ Transminase ເພີ່ມຂຶ້ນສູງ.
ຂໍ້ຫ້າມໃຊ້:
• ຄົນເຈັບທີ່ມີປະຫວັດແພ້ຕໍ່ສ່ວນປະກອບຕ່າງໆຂອງຢານີ້,
• ຫ້າມໃຊ້ໃນແມ່ຍິງຖືພາ, ລູກກິນນົມ, ໜ້າທີ່ການໄຂ່ຫຼັງບົກຜ່ອງຮຸນແຮງ (Creatinine Clearance <30ml\min).
• ແຮງ 40mg ແມ່ນບໍ່ຄວນໃຊ້ກັບຄົນເຈັບທີ່ມີພາວະເສັ້ນໃຍກ້າມຊີ້ນລາຍແຕກ, ມີ myoglobin ອອກທາງນໍ້າ
ຂະໜາດບັນຈຸ: Vaptor (Rosuvastatin) 5mg, 10mg & 20mg Tablets ບັນຈຸໃນແຜງລະ 10ເມັດ/ກັບ.
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ