ຢາປົວພະຍາດ

Telesta 20mg, 40mg, 80mg

ຊື່ສາມັນ: Telesta
ຜູ້ຜະລິດ: Teleste Smart Manufacturing
ແບ່ງປັນ:

ລາຍລະອຽດສິນຄ້າ

ຮູບແບບຢາເມັດ: Telesta Tablet 20mg & 40mg & 80mg.
ຈັດຢູ່ໃນກຸ່ມຢາ: ARBs (Angiotensin II Receptor Blockers).
ຂໍ້ບົ່ງໃຊ້:
    • ໃຊ້ເປັນຢາຫຼຸດຄວາມດັນເລືອດສູງໃນຜູ້ໃຫຍ່
    • ສາມາດຫຼຸດຄວາມດັນໄດ້ດີກວ່າ 24ຊົ່ວໂມງເມື່ອທຽບກັຍຢາ Valsartan.
    • ເປັນຢາສະເພາະກຸ່ມ ARB ທີ່ມີຄ່າເຄີງຊີວິດ 24ຊົ່ວໂມງ.
    • ເປັນຢາຂະຫຍາຍຫຼອດເລືອດ ໃນຄົນເຈັບທີ່ມີພາວະເສັ້ນເລືອດຫົວໃຈຕີບ
    • ໃຊ້ເປັນຢາປ້ອງກັນພະຍາດຫົວໃຈເສັ້ນເລືອດ,
    • ໃຊ້ເປັນຢາຫຼຸດຄວາມສ່ຽງຕໍ່ການເປັນພາວະຫົວໃຈຂາດເລືອດ, ຫົວໃຈວາຍ
    • ໃຊ້ໃນຄົນເຈັບທີ່ເປັນພະຍາດເບົາຫວານ ຊະນິດທີ 2 ທີ່ເຮັດໃຫ້ເກີດຄວາມເສຍຫາຍຕໍ່ອະໄວຍະວະອື່ນໆເຊັ່ນ: ໝາກໄຂ່ຫຼັງ.
ຂະໜາດ​ຂອງການນໍາໃຊ້:
    • ໃຊ້ສໍາຫຼັບຫຼຸດຄວາມດັນເລືອດສູງ:
    • ຜູ້​ໃຫຍ່: ຂະໜາດ​ໃຊ້ສະ​ເລ່ຍປົກກະຕິ​ແມ່ນ 20-40mg/ມື້. ກິນ 1ເມັດ/ມື້ ກ່ອນຫຼືຫຼັງອາຫານກໍໄດ້. ແຕ່ແນະນໍາໃຫ້ກິນຢາເວລາດຽວກັນທຸກມື້.
    • ກໍລະນີຄວາມດັນເລືອດບໍ່ລຸດລົງ ຕາມເປົ້າມາຍແມ່ນສາມາດໃຫ້ປະລິມານສູງສຸດ 80mg/ມື້. ສາມາດໃຊ້ຄູ່ກັບຢາໄລ່ຍ່ຽວ ຊະນິດ Thiazide ໄດ້ເຊັ່ນ: Hydrochlorothiazide.
    • ຖ້າພິຈາລະນາໃຫ້ເພີ່ມ ຫຼື ຫຼຸດຂະໜາດຢາ ແມ່ນຕ້ອງຄໍານືງເຖິງໄລຍະເວລາຂອງການປີ່ນປົວເສຍກ່ອນ, ເຊີ່ງໃຊ້ເວລາ 4-8ອາທິດ ຫຼັງຈາກການນໍາໃຊ້ຢາ. ຜູ້ສູງອາຍຸ: ບໍ່ຈໍາເປັນຕ້ອງປັບຂະໜາດຢາ.
    • ໃຊ້ສໍາຫຼັບປ້ອງກັນພະຍາດຫົວໃຈເສັ້ນເລືອດ:
    • ​ຜູ້ໃຫຍ່: ຂະໜາດ​ໃຊ້ສະ​ເລ່ຍປົກກະຕິ​ແມ່ນ 80mg/ມື້.
    • ໃຊ້ສໍາຫຼັບຄົນເຈັບທີ່ເປັນໄຂ່ຫຼັງຂັ້ນປານກາງ-ຊຸດໂຊມ:
    • ຜູ້ໃຫຍ່: ຂະໜາດ​ໃຊ້ເລີ່ມຕົ້ນ​ແມ່ນ 20mg/ມື້.
ຜົນຂ້າງຄຽງ:
    • ອາດມີຜື່ນຄັນ, ມີອາການບວມຕາມໃບໜ້າ, ໜັງຕາ, ປາກ.
    • ມີອາການປວດຂໍ້, ປວດກ້າມຊີ້ນ, ປວດຫົວ, ວິນວຽນ, ມີເຫື່ອອກຫຼາຍ, ນອນບໍ່ຫຼັບ.
    • ມີສັນຍານຂອງລະດັບ Potassium ໃນເລືອດສູງ ເຮັດໃຫ້ຫົວໃຈເຕັ້ນຜິດປົກະຕິ, ຫາຍໃຈບໍ່ອີ່ມ, ເຈັບໜ້າເອີກ.
    • ທາງເດີນອາຫານພົບນ້ອຍເຊັ່ນ: ປຸ້ນທ້ອງ ແລະ ທ້ອງຜູກ.
ຂະໜາດບັນຈຸ:
    • ຊະນິດເມັດ: Telesta Tablet 20mg ບັນຈຸ 2x10’ ເມັດ.
    • ຊະນິດເມັດ: Telesta Tablet 40mg ບັນຈຸ 3x10’ ເມັດ.
    • ຊະນິດເມັດ: Telesta Tablet 80mg ບັນຈຸ 4x7’ ເມັດ.

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071