Randcard XR 500mg, 1000mg
ລາຍລະອຽດສິນຄ້າ
ສ່ວນປະກອບ: RancardXR 500mg & 1,000mg
ຂໍ້ບົ່ງໃຊ້ແລະວິທີການນຳໃຊ້:
• RancardXR (Ranolazine) ແມ່ນນຳໃຊ້ສຳລັບການປິ່ນປົວ ອາການເຈັບແໜ້ນໜ້າເອິກຊໍ້າເຮື້ອເນື່ອງຈາກຫຼອດເລືອດຫົວໃຈຕີບ.
• ເປັນຢາທາງເລືອກທຳອິດທີ່ຖືກຮັບຮອງໂດຍ US.FDA ທີ່ໃຊ້ຮັກສາພາວະອາການເຈັບໜ້າເອິກຊໍ້າເຮື້ອ.
• ມີການອອກລີດທີ່ພິເສດສະເພາະໂຕ, ສາມາດອອກກຳລັງກາຍໄດ້ດົນຂື້ນແລະບັນເທົາອາການເຈັບໜ້າເອິກເມື່ອໃຊ້ຮ່ວມກັບຢາອື່ນ.
• RancardXR (Ranolazine) ອາດຈະຖືກນຳໃຊ້ຮ່ວມກັບຢາກຸ່ມ beta-blockers, nitrates, calcium channel blockers, ຢາຕ້ານເລືອດກ້າມ, ຢາຫຼຸດຜ່ອນໄຂມັນ, ຢາກຸ່ມ ACE inhibitors ແລະ angiotensin receptor blockers.
• RancardXR (Ranolazine) ເປັນຢາດ່ຽວທີ່ມີຄວາມທົນທານ ແລະເພີ່ມປະສິດທິພາບຂອງການອອກກໍາລັງກາຍ, ຕະຫຼອດຊ່ວງການໃຊ້ຢາໃນທຸກຂະໜາດຢາ. ໂດຍບໍ່ມີຜົນເສຍຫາຍຕໍ່ຄວາມຜິດປົກະຕິຂອງລະບົບໄຫຼວຽນເລືອດ.
ຂະໜາດແລະວິທີບໍລິຫານຢາ:
• ຂະໜາດເລີ່ມຕົ້ນໃນການນຳໃຊ້ຢາ RancardXR (Ranolazine) ແມ່ນ 500mg ສອງຄັ້ງ/ມື້
ແລະເພີ່ມຂື້ນ 1000mg ສອງຄັ້ງຕໍ່ມື້, ໂດຍອີງຕາມອາການສະແດງອອກທາງຄຣີນິກ.
• ຂະໜາດສູງສຸດທີ່ແນະນຳ/ວັນຂອງຢາ RancardXR (Ranolazine) ແມ່ນ 1,000mg ສອງຄັ້ງ/ມື້.
ຜົນຂ້າງຄຽງຂອງຢາ: ເກີດຂື້ນໃນອັດຕາ 0.5 ເຖິງ 4%:
• ຄວາມຜິດປົກກະຕິຂອງພະຍາດຫົວໃຈເຊັ່ນ: ຫົວໃຈເຕັ້ນຊ້າ, ໃຈສັ່ນ, ຫາຍໃຈລຳບາກ
• ຄວາມຜິດປົກກະຕິຂອງຫູ ແລະ ຫູຊັ້ນໃນ: ຫູອືງ, ວິນຫົວ.
ຂະໜາດບັນຈຸ:
Rancard XR 500mg Tablets ບັນຈຸຢູ່ໃນແຜງ alu-alu ແຜງລະ 7ເມັດ ມີ 2ແຜງ/ກັບ.
Rancard XR 1,000mg Tablets ບັນຈຸຢູ່ໃນແຜງ alu-alu ແຜງລະ 7ເມັດ ມີ 2ແຜງ/ກັບ.
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ