JENTIN Tablet 50mg, 100mg
ລາຍລະອຽດສິນຄ້າ
ຈັດຢູ່ໃນກຸ່ມຢາ (DPP-4).
ປະເພດຢາ: ຢາຕາມໃບສັ່ງແພດ.
ຂໍ້ບົ່ງໃຊ້:
ກໍລະນີນໍາໃຊ້ດ່ຽວ: ໃຊ້ເພຶ່ອຄວບຄຸມລະດັບນໍ້າຕານໃນເລືອດໃນຄົນເຈັບທີ່ເປັນພະຍາດເບົາຫວານຊະນິດທີ່ 2 ຄວບຄູ່ກັບການອອກກໍາລັງກາຍ ແລະ ຄວບຄຸມອາຫານຄຽງຄູ່ກັນໄປ.
ຄວາມແຮງການນໍາໃຊ້: ຄວາມແຮງເລີ່ມຕົ້ນແມ່ນ 100mg x 1 ຄັ້ງ/ມື້ ຫຼື ໃຫ້ສົມທົບກັບຢາ Metformin ຫຼື ໝວດຢາ (PPAR gamma) agonist ເຊັ່ນຢາ: Thiazolidinediones, ສາມາດກິນຢາ Sitagliptin ກ່ອນ ຫຼື ຫຼັງອາຫານ.
ການນໍາໃຊ້ຢາກັບຄົນເຈັບທີ່ໜ້າທີ່ການໄຂ່ຫຼັງບົກຜ່ອງ:
• ບໍ່ຈໍາເປັນຕ້ອງປັບຂະໜາດຄວາມແຮງຢາ ກັບຄົນເຈັບທີ່ມີໜ້າທີ່ການໄຂ່ຫຼັງບົກຜ່ອງໃນຂັ້ນເບົາບາງ (ອັດຕາການກັ່ນຕອງຂອງໝາກໄຂ່ຫຼັງ Creatinine Clearance ≥ 50ml\min ຫຼື ທຽບເທົ່າກັບລະດັບນໍ້າ Creatinine ໃນເລືອດ ≤1.7 mg/dl ໃນຜູ້ຊາຍ ແລະ ≤1.5mg/dl ໃນຜູ້ຍິງ).
• ຂະໜາດຄວາມແຮງຂອງຢາ ທີ່ໃຊ້ກັບຄົນເຈັບທີ່ມີໜ້າທີ່ການຂອງໄຂ່ຫຼັງບົກຜ່ອງໃນຂັ້ນປານກາງແມ່ນ 50mg/ມື້ (ອັດຕາການກັ່ນຕອງຂອງ
ໝາກໄຂ່ຫຼັງ Creatinine Clearance ≥ 30-50ml\min ຫຼື ທຽບເທົ່າກັບລະດັບນໍ້າ Creatinine ໃນເລືອດ >1.7-3 mg/dl ໃນຜູ້ຊາຍ ແລະ >1.5-2.5mg/dl ໃນຜູ້ຍິງ).
• ຂະໜາດຄວາມແຮງຂອງຢາ ທີ່ໃຊ້ກັບຄົນເຈັບທີ່ມີໜ້າທີ່ການຂອງໄຂ່ຫຼັງບົກຜ່ອງໃນຂັ້ນຮຸນແຮງ (ອັດຕາການກັ່ນຕອງຂອງໝາກໄຂ່ຫຼັງ Creatinine Clearance < 30ml\min ຫຼື ທຽບເທົ່າກັບລະດັບນໍ້າ Creatinine ໃນເລືອດ >3 mg/dl ໃນຜູ້ຊາຍ ແລະ >2.5mg/dl
ໃນຜູ້ຍິງ). ຫຼື ຄົນເຈັບທີ່ມີພະຍາດໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍທີ່ໄດ້ຮັບການຟອກໄຂ່ຫຼັງ ຄວາມແຮງທີ່ໃຊ້ແມ່ນ 25mg/ມື້.
• ການນໍາໃຊ້ຢາໃນແມ່ຍິງຖືພາ: ຢານີ້ຖືກຈັດຢູ່ໃນລະດັບຄວາມປອດໄພ Category B
ຂໍ້ຫ້າມໃຊ້: ຫ້າມໃຊ້ກັບຄົນເຈັບທີ່ແພ້ຢາ Sitagliptin(Jentin) ຮຸນແຮງ ແລະ ມີການໄຄ່ບວມຕາມຮ່າງກາຍ.
ຂະໜາດບັນຈຸ: JENTIN Tablet 50mg & 100mg
ບັນຈຸໃນແຜງລະ 2x7 ເມັດ/ກັບ.
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ