ຢາປົວພະຍາດ

Jentin met Tablet 50mg/500mg, 100mg/1000mg

ຊື່ສາມັນ: Jentin met Tablet
ຜູ້ຜະລິດ: The Searle Company Limited
ແບ່ງປັນ:

ລາຍລະອຽດສິນຄ້າ

ຈັດຢູ່ໃນກຸ່ມຢາ (DPP-4) & Biguanide.
ປະເພດຢາ: ຢາຕາມໃບສັ່ງແພດ.
ຂໍ້ບົ່ງໃຊ້: ໃຊ້ເພຶ່ອຄວບຄຸມລະດັບນໍ້າຕານໃນເລືອດໃນຄົນເຈັບທີ່ເປັນພະຍາດເບົາຫວານຊະນິດທີ່ 2 ຄວບຄູ່ກັບການອອກກໍາລັງກາຍ ແລະ ຄວບຄຸມອາຫານຄຽງຄູ່ກັນໄປ.
ຄວາມແຮງການນໍາໃຊ້: ຄວາມແຮງສູງສຸດສໍາຫຼັບ Sitagliptinແມ່ນ 100mg/ຄັ້ງ/ມື້ ແລະ Metformin 2.000mg/ຄັ້ງ/ມື້.
    • ສໍາຫຼັບຄວາມແຮງເລີ່ມຕົ້ນແມ່ນ Jentin met 50mg/500mg x 2 ຄັ້ງ/ມື້ພ້ອມຄາບເຂົ້າ.
ສໍາຫຼັບຄົນເຈັບທີ່ມີປະຫວັດການນໍາໃຊ້ຢາ Metformin 850mg ມາກ່ອນ
    • ຄວາມແຮງເລີ່ມຕົ້ນແມ່ນ Jentin met 50mg/500mg x 2 ຄັ້ງ/ມື້ພ້ອມຄາບເຂົ້າ.
ການເພີ່ມປະລີມານຄວາມແຮງຂອງການໃຊ້ຢາກັບຄົນເຈັບແມ່ນໃຫ້ຄ່ອຍໆເພີ່ມຂຶ້ນເທື່ອລະໜ້ອຍຕາມຄວາມເໝາະສົມ, ເພື່ອຫຼຸດຜ່ອນຜົນຂ້າງຄຽງຕໍ່ລະບົບທາງເດີນອາຫານອັນເນື່ອງມາຈາກຢາ Metformin
ຄໍາເຕືອນ:
ຄົນເຈັບໜ້າທີ່ການຂອງຕັບບົກຜ່ອງ: ຄົນເຈັບທີ່ມີໜ້າທີ່ການຂອງຕັບບົກຜ່ອງທີ່ມີປະຫວັດກ່ຽງຂ້ອງກັບການມີພາວະ Lactic Aciddosis ແລະຄວນຫຼີກລ້ຽງການນໍາໃຊ້ຢາ Jentin met (Sitagliptin/Metformin) ກັບຄົນເຈັບທີ່ເປັນພະຍາດກ່ຽວກັບຕັບ.
ການນໍາໃຊ້ຢາໃນແມ່ຍິງຖືພາ: ຢານີ້ຖືກຈັດຢູ່ໃນລະດັບຄວາມປອດໄພ Category B ແລະບໍ່ມີການສຶກສາຄວາມປອດໄພຂອງການນໍາໃຊ້ຢານີ້ໃນແມ່ຍິງຖືພາ, ດັ່ງນັ້ນ, ຄວນສຶກສາຜົນໄດ້ເສຍ ຫຼື ຄວາມຈໍາເປັນກ່ອນການນໍາໃຊ້ຢານີ້ໃນແມ່ຍິງຖືພາ.
ຫ້າມໃຊ້: ຫ້າມໃຊ້ກັບຄົນເຈັບໜ້າທີ່ການເຮັດວຽກຂອງໄຂ່ຫຼັງບົກພ່ອງ: Creatinine levels (ເພດຊາຍ)≥1.5mg/dl, (ເພດຍິງ) ≥1.4mg/dl.
ຫ້າມໃຊ້ກັບຄົນເຈັບທີ່ມີປະຫວັດແພ້ຕໍ່ຢາ Jentin met (Sitagliptin/Metformin) ແບບຮຸນແຮງແລະມີການໄຄ່ບວມຕາມຮ່າງກາຍ.
ຂະໜາດບັນຈຸ: Jentin met Tablet 50mg/500mg & 50mg/1000mg ບັນຈຸໃນແຜງລະ 2x7 ເມັດ/ກັບ

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071