ຢາເມັດ Ventek 4 ມກ, 5 ມກ, 10 ມກ
ຕ້ານລິວໂຄຕິນ
ລາຍລະອຽດສິນຄ້າ
ຊື່ເຄມີ: Montelukast Sodium 4mg & 5mg & 10mg.
ຢາຈັດຢູ່ໃນກຸ່ມ: Anti – Leukotines.
ຂໍ້ບົ່ງໃຊ້:
• ໃຊ້ປ້ອງກັນ ແລະ ປີ່ນປົວຄົນເຈັບທີ່ເປັນພະຍາດຫືດຊໍ້າເຮື້ອໃນຄົນເຈັບທີ່ມີອາຍຸ 2 ປີຂຶ້ນໄປ ຈົນເຖີງຄົນເຈັບຜູ້ໃຫຍ່:
• ໃຊ້ໃນການປ້ອງກັນຫືດໃນເວລາກາງເວັນ ແລະ ກາງຄືນ, ໃຊ້ໃນການປີ່ນປົວຄົນເຈັບທີ່ເປັນຫືດເນື່ອງຈາກການໃຊ້ຢາ Aspirin (ASA), ໃຊ້ປ້ອງກັນການເກີດຫືດໃນເວລາອອກກໍາລັງກາຍ.
• ໃຊ້ປິ່ນປົວຄົນເຈັບທີ່ເປັນອັກເສບດັງພູມແພ້ຕາມລະດູການ-ຊໍ້າເຮື້ອໃນເດັກນ້ອຍອາຍຸ 2ປີຂື້ນໄປແລະໃຫຍ່.
ຄວາມແຮງການນໍາໃຊ້:
• Ventek ເປັນຢາຄວບຄຸມແລະປ້ອງກັນການເກີດຫືດຂອງຄົນເຈັບໃນແຕ່ລະມື້, ສາມາດຮັບປະທານຢາ ກ່ອນ ຫຼື ຫຼັງອາຫານ.
• ຄົນເຈັບຄວນຮັບປະທານຢາຢ່າງຕໍ່ເນື່ອງເຖິງແມ່ນວ່າຫືດຈະຄວບຄຸມໄດ້ ຫຼື ດີຂຶ້ນແລ້ວກໍ່ຕາມ, ກິນຢາຄັ້ງລະ 1 ເມັດ/ມື້, ໃນເວລາກາງຄືນກ່ອນນອນ ຕາມຄວາມແຮງລຸ່ມນີ້:
• ອາຍຸ 15 ປີຂຶ້ນໄປ-ຜູ້ໃຫຍ່ ຄວາມແຮງທີ່ໃຊ້ແມ່ນ 10mg/ມື້.
• ອາຍຸ 6-14 ປີຂຶ້ນໄປຄວາມແຮງທີ່ໃຊ້ແມ່ນ 5mg/ມື້.
• ອາຍຸ 2-5 ປີຂຶ້ນໄປ ຄວາມແຮງທີ່ໃຊ້ແມ່ນ 4mg/ມື້.
ຂະໜາດບັນຈຸ: Ventek (Montelukast Sodium) 4mg, 5mg ແລະ 10mg Tablets ບັນຈຸໃນແຜງລະ 7ເມັດ x 2ແຜງ/ກັບ.
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ