ຢານ້ຳຢາ Bionip 125 ມກ/ 250ມກ 5 ມລ
ສ່ວນປະກອບສຳຄັນ: Ciprofloxacin 125mg & 250mg. ຈັດຢູ່ໃນກຸ່ມຢາຕ້ານເຊື້ອ: Quinolones.
ລາຍລະອຽດສິນຄ້າ
ຂໍ້ບົ່ງໃຊ້ ແລະ ຄວາມແຮງການນຳໃຊ້:
ສໍາລັບເດັກນ້ອຍແມ່ນຄິດໄລ່ຄວາມແຮງຕາມນ້ຳໜັກ
10-20mg/Kg/ຄັ້ງ x 2 ຄັ້ງ/ມື້.
• ພະຍາດທ້ອງບິດ (Dysentery) ຄວາມແຮງແມ່ນ 10-20mg/Kg/ຄັ້ງ x 2 ຄັ້ງ/ມື້ (ອົງການອານາໄມໂລກແນະນຳໃຫ້ເປັນຢາທາງເລືອກໂຕທຳອິດ) (Ref: 1 The Capital Institute of Pediatrics, World Health Organization Collaborative Centre, Beijing, China; 2 Royal children’s Hospital, Melbourne, Australia (2nd September, 2008)).
• ຖອກທ້ອງກະທັນຫັນຮຸນແຮງເນື່ອງຈາກການຕິດເຊື້ອຄວາມແຮງແມ່ນ 10-20mg/Kg/ຄັ້ງ x 2 ຄັ້ງ/ມື້. (Ref: The Pediatric Infectious Disease Journal 2000; 19(11):1060).
• ເດັກໄຂ້ທໍລະພິດ (Severe Salmonella infection or enteric fever) ຄວາມແຮງແມ່ນ 20mg/Kg/ມື້ x 5 ມື້,
ຊະນິດກິນແມ່ນປອດໄພ, ເຮັດໃຫ້ເດັກເຊົາຖ່າຍ, ເຊົາໄຂ້ ແລະຄືນສູ່ສະພາບປົກກະຕິໄດ້ໄວ.
• ຫຼ້າສຸດອົງການອາຫານແລະຢາຂອງອາເມລິກາໄດ້ອານຸຍາດໃຫ້ໃຊ້ຢານີ້ກັບເດັກທີ່ມີການອັກເສບທາງລະບົບຖ່າຍເທທີ່ມີອາການສົນ ແລະອັກເສບໄຂ່ຫຼັງ (Complicated UTI’s & Pyelonephritis)
• ຄວາມແຮງແມ່ນ 10-20mg/Kg/ຄັ້ງ x2ຄັ້ງ/ມື້ x 10 ມື້;
(Ref: US Pharmacist 2011;36(3): HS2-HS7).
ຜົນຂ້າງຄຽງຂອງຢາ:
ອາດຈະເກີດອາການແພ້ຢາເຊັ່ນ: ຫາຍໃຈບໍ່ອອກ, ມີຜື່ນຄັນ,
ມີອາການບວມ, ເຈັບຫົວ, ວີນຫົວ.
ຂະໜາດບັນຈຸ:
Bionip Suspension 125mg/5ml = 1x60mL.
Bionip Suspension 250mg/5ml = 1x60mL.
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ