ຢາປົວພະຍາດ

Delanz 30mg & 60mg Capsules (Dexlansoprazole Capsules)

ຊື່ສາມັນ: Dexlansoprazole Capsules
ຜູ້ຜະລິດ: The Searle Company Limited
ແບ່ງປັນ:

ລາຍລະອຽດສິນຄ້າ

ຢາຈັດຢູ່ໃນກຸ່ມຢາ: Proton Pump Inhibitors.
ຂໍ້ບົ່ງໃຊ້:
    • ໃຊ້ປິ່ນປົວບາດແຜທາງຫຼອດກືນອາຫານ.
    •  ໃຊ້ປີ່ນປົວພາວະກົດໄຫຼຍ້ອນທີ່ບໍ່ມີບາດແຜ (GERD).
ຄວາມແຮງ ແລະ ປະລິມານນການນໍາໃຊ້:
    • ປະລິມານຄວາມແຮງ ແມ່ນ: 30mg ຫາ 60mg.
    • ສໍາຫຼັບຄົນທີ່ມີພາວະຕັບບົກຜ່ອງໃນຂັ້ນເບົາບາງ (Child-Pugh Class A) ແມ່ນບໍ່ຈໍາເປັນປັບປ່ຽນປະລິມານຄວາມແຮງຂອງການນໍາໃຊ້ຢາ.
    • ສ່ວນຄົນເຈັບທີ່ມີພາວະຕັບບົກຜ່ອງຂັ້ນປານກາງ ຄວາມແຮງທີ່ແນະນໍາໃຫ້ໃຊ້ສູງສຸດແມ່ນ 30mg
ຂໍ້ບົ່ງໃຊ້:
• ເປັນບາດແຜໃນຫຼອດກືນອາຫານ, ຄວາມແຮງ: 60mg, ໄລຍະເວລາການນໍາໃຊ້: ມື້ລະຄັ້ງເປັນເວລາ 08 ອາທິດ.
• ການປີ່ນປົວໄລຍະຍາວໃນຄົນເຈັບທີ່ເປັນບາດແຜໃນຫຼອດກືນອາຫານແລະ ຫຼອດກືນອາຫານອັກເສບ, ຄວາມແຮງ: 30mg, ໄລຍະເວລາການນໍາໃຊ້: ມື້ລະຄັ້ງເປັນເວລາ 06 ເດືອນ.
• ພາວະກົດໄຫຼຍ້ອນທີ່ບໍ່ມີບາດແຜ (GERD), ຄວາມແຮງ: 30mg, ໄລຍະເວລາການນໍາໃຊ້: ມື້ລະຄັ້ງເປັນເວລາ 04 ອາທິດ.
ຂໍ້ແນະນໍາໃນການໃຊ້ຢາ: ສາມາດກິນຢາໃນຕອນທ້ອງຫວ່າງ ແລະ ບໍ່ຄວນຫຍໍ້າ ຫຼື ບົດຢາ.
ການນໍາໃຊ້ຢາໃນແມ່ຍິງຖືພາ: ຢານີ້ຖືກຈັດໃນລະດັບຄວາມປອດໄພ B, ເຖິງຢ່າງໃດກໍຕາມຄວນໃຊ້ຢານີ້ຢ່າງລະມັດລະວັງໃນແມ່ຍິງຖືພາ.
ຂະໜາດບັນຈຸ:  Delanz 30mg & 60mg Capsules
ບັນຈຸໃນແຜງລະ 2x7 ເມັດ/ກັບ.

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071