ຢາສີດ Relispa 40 ມກ, 80 ມກ. Drotaverine HCL Injection.
ລາຍລະອຽດສິນຄ້າ
ຮູບແບບຢາສັກ: RELISPA TM (Drotaverine HCl) Tablets
ປະກອບດ້ວຍ Drotaverine HCL 40mg/1ml & 80mg/1ml.
ຈັດຢູ່ໃນກຸ່ມຢາ: Anti – Spasmodic.
ຂໍ້ບົ່ງໃຊ້:
• ໃຊ້ປິ່ນປົວການປັ້ນຂອງກ້າມຊີ້ນກ້ຽງໃນຄົນເຈັບທີ່ເປັນພະຍາດອັກເສບທໍ່ສົ່ງນໍ້າບີ, ໜິ້ວຖົງບີ.
• ໃຊ້ປິ່ນປົວການປັ້ນຂອງກ້າມຊີ້ນກ້ຽງໃນລະບົບຖ່າຍເທເຊັ່ນ: ຊ່ວຍບັນເທົາອາການປວດຂອງຄົນເຈັບ ໜິ້ວທາງທໍ່ສົ່ງຍ່ຽວ, ໄຂ່ຫຼັງອັກເສບ, ພົກຍ່ຽວອັກເສບ, ປວດເບັ່ງຍ່ຽວ.
• ໃຊ້ບັນເທົາອາການປວດໄດ້ຢ່າງໄວວາພາຍໃນ 2-4ນາທີ ສໍາຫຼັບຢາສັກ.
• ໃຊ້ປິ່ນປົວການປັ້ນກ້າມຊີ້ນກ້ຽງຕາມເສັ້ນທາງເດີນອາຫານເຊັ່ນ: ກະເພາະ, ລໍາໄສ້ນ້ອຍເປັນບາດແຜ, ໂລກກະເພາະອາຫານ ຫຼື ອາການປວດຂອງຕາມເສັ້ນທາງເດີນອາຫານ IBS ໄດ້ເຖິງ 78%.
• ອາການເຈັບຫົວເນື່ອງຈາກການຫົດຫັດຂອງຫຼອດເລືອດ.
• ພະຍາດປະສູດພະຍາດຍິງ: ອາການເຈັບປວດປະຈຳເດືອນ, ອັກເສບປີກໝົດລູກ, ເຈັບທ້ອງເກີດລູກຮຸນແຮງ.
ຂະໜາດໃຊ້:
• ຊະນິດສັກ: ຜູ້ໃຫຍ່: Drotaverine hydrochloride 40-240mg (ໃຊ້ສຳລັບ1-3ຄັ້ງ), ສັກເຂົ້າກ້າມຊີ້ນ.
ການປີ່ນປົວສຸກເສີນ:
• ອາການປວດກະທັນຫັນຂອງໝາກໄຂ່ຫຼັງ 40-80mg ສັກເຂົ້າເສັ້ນເລືອດດໍາຢ່າງຊ້າໆ (ປະມານ 30 ວິນາທີ).
• ອາການປວດເຄັ່ງຕຶງ, ປັ້ນໃນຊ່ອງທ້ອງ: 40-80mg ສັກເຂົ້າກ້າມຊີ້ນ ຫຼື ກ້ອງຜິວໜັງ ເມື່ອມີຄວາມຈໍາເປັນສາມາດໃຊ້ຊໍ້າໄດ້ 3 ເທື່ອ/ມື້ ຫຼື ຮັບປະທານຢາເມັດ 120-240mg ຫຼັງຈາກສັກແລ້ວ.
• ການປັ້ນຂອງຫຼອດອາຫານ: ປະລິມານທີ່ແນະນໍາ 80mg ສັກເຂົ້າກ້າມຊີ້ນ.
• ສໍາລັບການຫົດຕົວຂອງປາກມົດລູກ: ໃຫ້ 40mg IM ໃນຊ່ວງທຳອິດ ຖ້າຍັງບໍ່ເຫັນຜົນ ສາມາດໃຫ້ 40mg IM ຊໍ້າອີກໄດ້ ພາຍໃນ 2 ຊົ່ວໂມງ.
ເປັນຫຍັງຕ້ອງເລືອກພວກເຮົາ?
ຄຸນນະພາບສູງ
ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ
ປອດໄພ ແລະ ໄວ້ວາງໃຈໄດ້
ຄວບຄຸມຄຸນນະພາບທຸກຂັ້ນຕອນ
ສົ່ງໄວ
ຈັດສົ່ງໄວ ທົ່ວ ສປປ ລາວ
ບໍລິການຫຼັງການຂາຍ
ທີມງານພ້ອມໃຫ້ຄໍາປຶກສາ