ຢາປົວພະຍາດ

ຢາ Tenovir 300 ມກ

ຊື່ສາມັນ: ຢາ Tenovir
ຜູ້ຜະລິດ: Gilead Sciences
ແບ່ງປັນ:

ລາຍລະອຽດສິນຄ້າ

ຂໍ້ບົ່ງໃຊ້:
• ໃຊ້ປິ່ນປົວຄົນເຈັບຜູ້ໃຫຍ່ທີ່ເປັນພະຍາດຕັບອັກເສບບີຊ້ຳເຮື້ອ (Chronic hepatitis B).
• ໃຊ້ສົມທົບກັບຕົວຢາອື່ນໆ ເພື່ອປິ່ນປົວຄົນເຈັບຜູ້ໃຫຍ່ທີ່ເປັນພະຍາດ HIV.
ຄວາມແຮງການນຳໃຊ້:
• ຄວາມແຮງໃນການປິ່ນປົວເຈັບຜູ້ໃຫຍ່ທີ່ເປັນພະຍາດຕັບອັກເສບບີຊ້ຳເຮື້ອ (Chronic hepatitis B) ແມ່ນ: 300mg/ມື້, ຫຼັງອາຫານ.
• ຄົນເຈັບພະຍາດຕັບອັກເສບບີຊ້ຳເຮື້ອ HBeAg (+) ຕັບຍັງບໍ່ທັນເປັນກະດັນ (Cirrhosis): ຄວນການກິນຢາຢ່າງຕໍ່າແມ່ນ 6-12 ເດືອນ ຫຼື ຈົນກວ່າ HBe​ເກີດ​ການ​ປິ້ນກັບ (HBeAgສູນຫາ (-) , HBV NDA ບໍ່ພົບ, ກວດພົບ antiHBe) ຫຼື ໄດ້ຮັບການຢັ້ງຢືນວ່າເຊື້ອບໍ່ມີຮຸກຮານ; ຄວນຕິດຕາມລະດັບ ALT, ຈຳນວນເຊື້ອ ຢ່າງສະໜໍ່າສະເໝີ ແລະ ຄວນຢຸດໃຊ້ຢາຖ້າຫາກວ່າຜົນການປິ່ນປົວບໍ່ໄດ້ຜົນ.
• ຄົນເຈັບພະຍາດຕັບອັກເສບບີຊ້ຳເຮື້ອ HBeAg (-) ຕັບຍັງບໍ່ທັນເປັນກະດັນ (Cirrhosis): ຕ້ອງກິນຢາຈົນກວ່າຜົນ​ກວດເປັນ HBs Seroconversion ຫຼື ໄດ້ຮັບການຢືນຢັນວ່າເຊື້ອບໍ່ຮຸກຮານ, ຄວນປະເມີນຜົນການປິ່ນປົວເປັນປະຈຳສຳຫຼັບບຸກຄົນທີ່ຕ້ອງກິນຢາຫລາຍກວ່າ 02 ປີ ວ່າໄດ້ຮັບຜົນເປັນທີ່ໜ້າພຶ່ງພໍໃຈຫຼືບໍ່.
• ສຳຫຼັບຄົນເຈັບໄຂ່ຫຼັງບົກຜ່ອງ: ຂັ້ນເບົາບາງຫາປານກາງແມ່ນບໍ່ຈຳເປັນປັບປ່ຽນຄວາມແຮງຂອງຢາ (ລະດັບcreatinine clearance 50-80ml/min) ລາຍລະອຽດແມ່ນອີງຕາມຕາຕະລາງລຸ່ມນີ້:
ຄວາມແຮງຢາ: 300mg
Creatinine clearance (ml/min)a:
- ≥50 : ທຸກໆ 24 ຊົ່ວໂມງ
- 30-49 : ທຸກໆ 48 ຊົ່ວໂມງ
- 10-29 : ທຸກໆ 72-96 ຊົ່ວໂມງ
ຄົນເຈັບ Hemodialysis: ທຸກໆ 7 ມື້ ຫຼື ຫຼັງຈາກການເຮັດ dialysis b ປະມານ 12 ຊົ່ວໂມງ
ຜົນຂ້າງຄຽງຂອງຢາ: ໂດຍທົ່ວໄປແມ່ນເຮັດໃຫ້ລະບົບລະລາຍປັ່ນປ່ວນເຊັ່ນ:ຖອກທ້ອງ, ປວດຮາກ, ເບື່ອອາຫານ; ເຮັດໃຫ້ອັງຊີມ Amylase ໃນນ້ຳເລືອດເພີ່ມສູງຂຶ້ນ, Phosphate ໃນເລືອດຕ່ຳ, ເປັນຜື່ນແດງຕາມຜິວໜັງ, ເຈັບຫົວ, ວິນວຽນ,ເຄັ່ງຄຽດ, ນອນບໍ່ຫຼັບ, ເຫື່ອອອກຫຼາຍ, ປວດຕາມກ້າມຊີ້ນ,
ລະດັບໄຂມັນ Trigryceride​ ໃນ​ເລືອດເພີ່ມຂຶ້ນ, ນ້ຳຕານໃນເລືດສູງ,ເມັດເລືອດຂາວ Neutrophil ຕໍ່າ, ໄຂ່ຫຼັງບົກຜ່ອງ,ມີບາງລາຍງານຢານີ້ພົວພັນເຖິງການຢັບຢັ້ງຂອງ Nucleoside reverse transcriptase inhibitor.ຂະໜາດ​ບັນ​ຈຸ: Tenovir Tablets 300mg = 1x30’s

ຂໍ້​ຄວນ​ປະ​ຕິ​ບັດ​ກ່ອນ​ແລະ​ຫລັງ​ໃຊ້​ຢາ:
1. ກວດ​​ຢືນ​ຢັນ​ການ​ຕິດ​ເຊື້ອ.
2. ກວດ​ໜ້າ​ທີ່​ການ​ເຄມີ​ຕັບ.
3. ກວດ​ນັບ​ຈຳນວນ​ເຊື້ອກ່ອນໃຊ້​ຢາ ​ແລະກວດ.​ຕິດຕາມ​ທຸກໆ ​03 ຫາ 06 ເດືອນຫລັງ​ກິນ​ຢາ.
4. ກວດ​ຫາ HBeAg (+) ຫຼື (-) ​ເພື່ອ​ວາງ​ແຜນ​ໄລຍະ​ເວລາ​ການ​ໃຊ້​ຢາ​ໃຫ້​ເໝາະ​ສົມ.
5. ກວດໜ້າທີ່ການຂອງໄຂ່ຫຼັງກ່ອນກິນຢາ ແລະ ຫຼັງກິນຢາທຸກໆ3ເດືອນ.
6. ຄວນ​ປະຕິບັດ​ຢ່າງ​ເຄັ່ງ​ຄັດ​ຕໍ່​ກັບ​ໂມງເວລາ​ກິນ​ຢາ.(ປະຕິບັດ​ຕາມ​ແຜນ​ວາດ​ການ ​ບົ່ງມະ​ຕິ ​ແລະ ການ​ປິ່ນປົວ)

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071