ຢາປົວພະຍາດ

ຢານ້ຳຢາ Bionip 125 ມກ/ 250ມກ 5 ມລ

ຊື່ສາມັນ: ຢານ້ຳຢາ Bionip
ຜູ້ຜະລິດ: PHARMIX LABORATORIES (PVT ) LTD

ສ່ວນ​ປະກອບ​ສຳຄັນ: Ciprofloxacin 125mg & 250mg. ຈັດຢູ່ໃນກຸ່ມຢາຕ້ານເຊື້ອ: Quinolones.

ແບ່ງປັນ:

ລາຍລະອຽດສິນຄ້າ

ຂໍ້ບົ່ງໃຊ້ ແລະ ຄວາມແຮງການນຳໃຊ້:
  ສໍາລັບ​ເດັກນ້ອຍ​ແມ່ນ​ຄິດ​ໄລ່​ຄວາມ​ແຮງ​ຕາມ​ນ້ຳໜັກ
  10-20mg/Kg/ຄັ້ງ x 2 ຄັ້ງ​/ມື້.
    • ​​ພະຍາດທ້ອງບິດ (Dysentery) ຄວາມ​ແຮງ​​ແມ່ນ 10-20mg/Kg/ຄັ້ງ x 2 ຄັ້ງ​/ມື້ (ອົງການ​ອານາ​ໄມ​ໂລກ​ແນະນຳ​ໃຫ້​ເປັນ​ຢາ​ທາງ​ເລືອກ​​ໂຕ​ທຳ​ອິດ) (Ref: 1 The Capital Institute of Pediatrics, World Health Organization Collaborative Centre, Beijing, China; 2 Royal children’s Hospital, Melbourne, Australia (2nd September, 2008)).
    • ​ຖອກທ້ອງກະທັນຫັນຮຸນແຮງ​ເນື່ອງ​ຈາກ​​ການ​ຕິດເຊື້ອ​ຄວາມ​ແຮງ​​ແມ່ນ 10-20mg/Kg/ຄັ້ງ x 2 ຄັ້ງ​/ມື້. (Ref: The Pediatric Infectious Disease Journal 2000; 19(11):1060).
    • ​ເດັກ​ໄຂ້ທໍລະພິດ (Severe Salmonella infection or enteric fever) ຄວາມ​ແຮງ​​ແມ່ນ 20mg/Kg​/ມື້ ​x 5 ມື້,
ຊະນິດ​ກິນ​ແມ່ນ​ປອດ​ໄພ, ເຮັດ​ໃຫ້​ເດັກ​ເຊົາ​ຖ່າຍ, ເຊົາ​ໄຂ້ ​​ແລະ​​ຄືນ​ສູ່​ສະພາບ​ປົກ​ກະຕິ​ໄດ້​ໄວ.
    • ຫຼ້າ​ສຸດ​ອົງການ​ອາຫານ​ແລະ​ຢາ​ຂອງ​ອາ​ເມ​ລິ​ກາ​ໄດ້​ອານຸຍາດ​ໃຫ້​ໃຊ້​​ຢາ​ນີ້​ກັບ​ເດັກທີ່ມີການອັກ​ເສບ​ທາງ​ລະບົບ​ຖ່າຍ​ເທ​ທີ່​ມີ​ອາການ​ສົນ ​ແລະອັກເສບໄຂ່ຫຼັງ (Complicated UTI’s & Pyelonephritis)
    • ຄວາມ​ແຮງ​​ແມ່ນ 10-20mg/Kg/ຄັ້ງ x2ຄັ້ງ​/ມື້ x 10 ມື້;
(Ref: US Pharmacist 2011;36(3): HS2-HS7).
ຜົນຂ້າງຄຽງຂອງຢາ:
  ອາດຈະເກີດອາການແພ້ຢາເຊັ່ນ: ຫາຍໃຈບໍ່ອອກ, ມີຜື່ນຄັນ,
  ມີອາການບວມ, ເຈັບຫົວ, ວີນຫົວ.

ຂະໜາດບັນຈຸ:
        Bionip Suspension 125mg/5ml = 1x60mL.
        Bionip Suspension 250mg/5ml = 1x60mL.

ເປັນຫຍັງຕ້ອງເລືອກພວກເຮົາ?

🏆

ຄຸນນະພາບສູງ

ຜ່ານການຮັບຮອງຄຸນນະພາບ ແລະ ໄດ້ຮັບການທົດສອບ

🛡

ປອດໄພ ແລະ ໄວ້ວາງໃຈໄດ້

ຄວບຄຸມຄຸນນະພາບທຸກຂັ້ນຕອນ

🚚

ສົ່ງໄວ

ຈັດສົ່ງໄວ ທົ່ວ ສປປ ລາວ

📞

ບໍລິການຫຼັງການຂາຍ

ທີມງານພ້ອມໃຫ້ຄໍາປຶກສາ

WhatsApp +856 21 418 071